ກອງປະຊຸມພົບປະສອງຝ່າຍ ລະຫວ່າງການນຳຂັ້ນສູງກະຊວງປ້ອງກັນຄວາມສະຫງົບ  ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ

ກອງປະຊຸມພົບປະສອງຝ່າຍ ລະຫວ່າງການນຳຂັ້ນສູງກະຊວງປ້ອງກັນຄວາມສະຫງົບ  ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ
ໃນວັນທີ 29 ກັນຍາ 2023, ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ສະຫາຍ ພົນເອກ ສຈ ປອ ໂຕ ເລິມ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ລະຫວ່າງ ການນຳຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໃນການຈັດຕັ້ງປະຕິບັດແຜນການຮ່ວມມື ປະຈຳປີ 2023 ແລະ ກຳນົດທິດທາງຮ່ວມມືປະຈຳປີ 2024 ທີ່ກະຊວງປ້ອງກັນຄວາມສະຫງົບ.
ກອງປະຊຸມພົບປະ ແລະ ປຶກສາຫາລື ລະຫວ່າງ ການນຳຂັ້ນສູງຂອງກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໃນຄັ້ງນີ້, ແມ່ນເປັນຂີດໝາຍອັນດີ ໃນການສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນສັນຍາຕ່າງໆ ລະຫວ່າງ ສອງພັກ, ສອງລັດຖະບານ ລາວ-ຫວຽດນາມ ກໍ່ຄື ການຈັດຕັ້ງຜັນຂະຫຍາຍສັນຍາຮ່ວມມືປະຈຳປີ ລະຫວ່າງສອງກະຊວງ; ທັງເປັນການປະກອບສ່ວນເຂົ້າໃນການເພີ່ມພູມຄຸນສ້າງ ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ, ສອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນ ແລະ ຈະເລີນງອກງາມ.
ການຮ່ວມມືຮອບດ້ານ ລະຫວ່າງ ສອງກຳລັງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ໄດ້ມີການພັດທະນາ ແລະ ນັບມື້ກ້າວສູ່ລວງເລິກ ໃນການປະຕິບັດແຜນການຮ່ວມມືຊ່ວຍເຫຼືອກັນລະຫວ່າງ ສອງກະຊວງ ໃນປີ 2023 ຜ່ານມາ, ມີປະສິດທິຜົນດີ ແລະ ມີໝາກຜົນຕົວຈິງໃນຫຼາຍດ້ານ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບ ທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໃຫ້ແກ່ສອງປະເທດ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ປະຊາຊົນສອງຊາດ ມີໂອກາດໃນການສ້າງສາ, ພັດທະນາປະເທດຊາດຂອງຕົນ; ກຳລັງປ້ອງກັນຄວາມສະຫງົບ ນັບມື້ນັບໄດ້ຮັບການປັບປຸງຢ່າງໜັກແໜ້ນ ແລະ ມີແບບແຜນທັນສະໄໝເທື່ອລະກ້າວ.
ສຳລັບແຜນການຮ່ວມມືປະຈຳປີ 2024, ສອງກະຊວງ ຈະສືບຕໍ່ພົວພັນຮ່ວມມືກັນຕາມຂົງ ເຂດວຽກງານທີ່ພົວພັນຮ່ວມມືກັນຜ່ານມາ ເປັນຕົ້ນ ແມ່ນການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ ທາງດ້ານການເມືອງ, ການຮ່ວມມືໃນການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງຂອງສອງຝ່າຍ,  ການຮ່ວມມືໃນການກວດກາ ແລະ ຄວບຄຸມຢາເສບຕິດ, ການຮ່ວມມືປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບ ລະຫວ່າງບັນດາແຂວງມີຊາຍແດນຕິດຈອດ ແລະ ບັນດາແຂວງ, ນະຄອນແຮກສ່ຽວ, ການຮ່ວມມືດ້ານວຽກງານກໍ່ສ້າງກຳລັງ, ການຮ່ວມມືດ້ານພະລາທິການ-ເຕັກນິກ ແລະ ການຮ່ວມມືໃນຂົງເຂດຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ. ພິເສດແຜນການຮ່ວມມືປະຈຳປີ 2024 ຈະເປັນທິດໃນການສືບຕໍ່ຮ່ວມມືໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ ແລະ ມີປະສິດທິຜົນດີທີ່ສຸດ.
ພາຍຫຼັງສຳເລັດປະຊຸມພົບປະສອງຝ່າຍ, ສະຫາຍ ພົນເອກ ສຈ ປອ ໂຕເລິມ ກຳມະການກົມການ ເມືອງສູນກາງພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ໄດ້ມອບເຄື່ອງຊ່ວຍເຫຼືອ ໃຫ້ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ເພື່ອປະ ກອບສ່ວນຮັບໃຊ້ເຂົ້າໃນວຽກງານຮັກສາຄວາມສະຫງົບ, ປອດໄພ ໃນກອງປະຊຸມສຸດຍອດອາຊຽນ ປີ 2024 ທີ່ ສປປ ລາວ ເປັນເຈົ້າພາບ, ກ່າວຮັບໂດຍ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ.

ຄໍາເຫັນ

ຂ່າວການຮ່ວມມື

ອັດຕະປື-ກວາງຫງາຍ ລົງນາມຮ່ວມມື ສອງຝ່າຍ

ອັດຕະປື-ກວາງຫງາຍ ລົງນາມຮ່ວມມື ສອງຝ່າຍ

ກອງປະຊຸມພົບປະ ແລະ ລົງນາມບົດບັນທຶກຊ່ວຍຈຳ ລະຫວ່າງ ຫ້ອງວ່າການແຂວງອັດຕະປື ແຫ່ງ ສປປ ລາວ ແລະ ພະແນກຊົນເຜົ່າ ແລະ ສາສະໜາ ແຂວງກວາງຫງາຍ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 12 ສິງຫາຜ່ານມາ ທີ່ ແຂວງອັດຕະປື.
ຄະນະຜູ້ແທນ ພັກປະຊາຊົນ ປະຕິວັດລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ສ ກູບາ

ຄະນະຜູ້ແທນ ພັກປະຊາຊົນ ປະຕິວັດລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ສ ກູບາ

ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນຳໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະ ການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສາກົນຂອງບັນດາພັກກອມມູນິດ ແລະ ກຳມະກອນ ຄັ້ງທີ 24 (The 24th International Meeting of Communist and Workers’ Parties) ແລະ ກອງປະຊຸມສຳມະນາສາກົນ ຄັ້ງທີ I“ຟີແດນ: ມູນເຊື້ອ ແລະ ອະນາຄົດ” (The 1st International Colloquium “Fidel: Legacy and Future”)ແຕ່ວັນທີ 7-12 ສິງຫາ 2026 ທີ່ ນະຄອນຫຼວງລາຮາວານ, ສ ກູບາ ໂດຍມີບັນດາພັກການເມືອງໃນທົ່ວໂລກ ເຂົ້າຮ່ວມຫຼາຍກວ່າ 48 ພັກການເມືອງ.
ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ອວຍພອນໜັງສືພິມປະຊາຊົນ

ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ອວຍພອນໜັງສືພິມປະຊາຊົນ

ໃນວັນທີ 13 ສິງຫານີ້ ທີ່ສໍານັກງານໜັງສືພິມປະຊາຊົນ ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາລາວ ໄດ້ນໍາເອົາກະຕ່າດອກໄມ້ເຂົ້າອວຍພອນ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ປປ ລາວ ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 76 ປີ ( 13/8/1950-13/8/2026) ໂດຍໃຫ້ກຽດຕ້ອນຮັບຂອງສະຫາຍ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ.
ຄະນະຜູ້ແທນພັກ ປປ ລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສ ກູບາ

ຄະນະຜູ້ແທນພັກ ປປ ລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສ ກູບາ

ໃນນາມຜູ້ຕາງໜ້າພິເສດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສາກົນຂອງບັນດາພັກກອມມູນິດ ແລະ ກໍາມະກອນ ແລະ ສໍາມະນາສາກົນ ຢູ່ ສ ກູບາ ແຕ່ວັນທີ 4-12 ສິງຫາ 2026.
ສະຫຼອງວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ(CCM) ຄົບຮອບ 16 ປີ

ສະຫຼອງວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ(CCM) ຄົບຮອບ 16 ປີ

ໃນວັນທີ 11 ສິງຫານີ້ ທີ່ໂຮງເເຮມສຸພັດຕຣາ ນະຄອນຫຼວງວຽງຈັນ, ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ຈັດພິທີສະເຫຼີມ ສະຫຼອງວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ຄົບຮອບ 16 ປີ(1/8/2010-1/8/2026), ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຮອງປະທານ ຜູ້ປະຈຳການ ຄຊກລ ແລະ ມີບັນດາທ່ານທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ພະນັກງານລັດຖະບານ ແລະ ນັກສຶກສາເຂົ້າຮ່ວມ ຈຳນວນ 200 ຄົນ.
ສະຫາຍ ເຈີນ ເກີມ ຕູ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ

ສະຫາຍ ເຈີນ ເກີມ ຕູ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 12 ສິງຫາ ນີ້ ທີ່ ຫໍປະຊຸມແຫ່ງຊາດ, ຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມ ນໍາໂດຍ ສະຫາຍ ເຈີນ ເກີມ ຕູ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ ຜ່ານມາ.
ສະຖານທູດ ແລະ ອົງການຈັດຕັ້ງສາກົນ ວາງພວງມາລາ ໄວ້ອາໄລ ເຖິງສະຫາຍ ໄຊສົມພອນ ພົມວິຫານ

ສະຖານທູດ ແລະ ອົງການຈັດຕັ້ງສາກົນ ວາງພວງມາລາ ໄວ້ອາໄລ ເຖິງສະຫາຍ ໄຊສົມພອນ ພົມວິຫານ

ວັນທີ 11 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດ ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ເຊັ່ນ: ສະຖານທູດຈີນ, ກູບາ, ອິນໂດເນເຊຍ, ຣັດເຊຍ, ຮົງກາລີ, ຕວັກກີ, ການາດາ, ມຽນມາ, ເຢຍລະມັນ, ມົງໂກລີ, ຕີມໍ, ຟີລິບປິນ, ອາເມຣິກາ, ຝຣັ່ງ, ອົສຕຣາລີ, ສປປ ເກົາຫຼີ, ສະວິດເຊີແລນ, ບຣູໄນ, ຍີ່ປຸ່ນ, ສ ເກົາຫຼີ, ມາເລເຊຍ, ສິງກະໂປ, ລຸກຊຳບວກ, ອິນເດຍ, ສະມາຄົມມິດຕະພາບມຽນມາ-ລາວ, ທະນາຄານພັດທະນາອາຊີ (ADB), ສະຫະພາບເອີຣົບ, ຫ້ອງການສະ ຫະປະຊາຊາດປະຈຳລາວ, ທະນາຄານໂລກ ໄດ້ມາວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ເຖິງສະຫາຍ ໄຊສົມພອນ ພົມວິຫານ; ນອກຈາກນີ້, ສະຖານເອກອັກຄະຣາຊາທູດ ແຫ່ງ ຣາສະອານາຈັກໄທ ປະຈຳ ສປປ ລາວ ກໍໄດ້ນຳເອົາ ພວງມາລາ ພະຣາສະທານສົມເດັດພະກະນິດຖາຣາດເຈົ້າກົມສົມເດັດພະເທບພະຣັດຣາດຊະສຸດາ ສະຫຍາມບໍຣົມມະຣາດສະກຸມມາຣີ, ພວງມາລາຂອງ ນາຍົກລັດ ຖະມົນຕີ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາສະອານາຈັກໄທ, ກະຊວງກະລາໂຫມ ແຫ່ງ ຣາຊະອານາຈັກໄທ, ປະທານສະມາຄົມໄທ-ລາວເພື່ອມິດຕະພາບ, ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງ ພັກ-ລັດ ແລະ ຫົວໜ່ວຍທຸລະກິດ ແລະ ປະຊາຊົນຂັ້ນຕ່າງໆ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.
ສະຫາຍ ໄຊສົມພອນ ພົມວິຫານ ກັບການປະກອບສ່ວນ ເພີ່ມພູນຄູນສ້າງ ສາຍພົວພັນ ລາວ – ຫວຽດນາມ

ສະຫາຍ ໄຊສົມພອນ ພົມວິຫານ ກັບການປະກອບສ່ວນ ເພີ່ມພູນຄູນສ້າງ ສາຍພົວພັນ ລາວ – ຫວຽດນາມ

ສະ​ຫາຍ ໄຊສົມພອນ ພົມວິຫານກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດລາວ, ໄດ້ເຖິງແກ່ມໍລະນະກຳໃນເວ​ລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026, ຖືເປັນການສູນເສຍອັນໃຫຍ່ຫຼວງ ບໍ່ພຽງແຕ່ຕໍ່ກັບ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນ, ຫາກຍັງໄດ້ຝາກຄວາມອາໄລຮັກ ແລະ ໂສກເສ້າເສຍດາຍຢ່າງສຸດຊຶ້ງ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ອີກດ້ວຍ.
ປະທານລັດຖະສະພາ ແລະ ສະພາຜູ້ແທນຣາຊະດອນໄທ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ປະທານລັດຖະສະພາ ແລະ ສະພາຜູ້ແທນຣາຊະດອນໄທ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 11 ສິງຫານີ້, ທ່ານ ໂສພົນ ຊາຣຳ ປະທານລັດຖະສະພາ ແລະ ສະພາຜູ້ແທນຣາດຊະດອນ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 8 ສິງຫາ 2026 ຜ່ານມາ.
ຄະນະຜູ້ແທນຂັ້ນສູງ ກຳປູເຈຍ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ຄະນະຜູ້ແທນຂັ້ນສູງ ກຳປູເຈຍ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 11 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດ, ຄະນະຜູ້ແທນຂັ້ນສູງຈາກກຳປູເຈຍ ນຳພາໂດຍ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ 2026 ຜ່ານມາ.
ເພີ່ມເຕີມ